ຕາມແຈ້ງການຂອງຄະນະຮັບຜິດຊອບການຈັດງານ

ກ່ຽວກັບການປະກວດ

ຫົວຂໍ້ “ເອກະລັກແຂວງຄຳມ່ວນ” ຕິດພັນກັບສາມຍອດຍິ່ງ

ຈັດໂດຍ ອົງການປົກຄອງແຂວງຄຳມ່ວນ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງ

ຈຸດປະສົງ

ເພື່ອສົ່ງເສີມສິລະປະການຖ່າຍພາບ ພ້ອມທັງເຜີຍແຜ່ຄວາມງົດງາມ ແລະ ເຊີດຊູເອກະລັກອັນໂດດເດັ່ນຂອງແຂວງຄຳມ່ວນ ໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ; ໂດຍຜ່ານການເລົ່າເລື່ອງດ້ວຍພາບຖ່າຍ ທີ່ສະທ້ອນໃຫ້ເຫັນເຖິງມູນເຊື້ອປະຫວັດສາດອັນອົງອາດກ້າຫານ, ຄວາມອຸດົມສົມບູນທາງທຳມະຊາດ ແລະ ວິຖີຊີວິດ-ຮີດຄອງປະເພນີອັນຈົບງາມ ຂອງປະຊາຊົນບັນດາເຜົ່າໃນ 10 ຕົວເມືອງ.

ພ້ອມດຽວກັນນີ້, ຍັງເປັນການຮວບຮວມຜົນງານພາບຖ່າຍອັນຊົງຄຸນຄ່າ ເພື່ອນຳໃຊ້ເຂົ້າໃນວຽກງານໂຄສະນາສົ່ງເສີມການທ່ອງທ່ຽວ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຕໍ່ໜ້າ.

ພື້ນຖານການຈັດງານ

  • ມະຕິຕົກລົງຂອງຄະນະປະຈຳພັກແຂວງຄຳມ່ວນ ສະບັບເລກທີ 75/ຄປຈ, ລົງວັນທີ 08 ມິຖຸນາ 2026 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ.
  • ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ສະບັບເລກທີ 381/ຄປຂ, ລົງວັນທີ 18 ມິຖຸນາ 2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຈັດງານປະກວດຮູບພາບ ພາຍໃຕ້ຫົວຂໍ້ “ເອກະລັກແຂວງຄຳມ່ວນ” ຕິດພັນກັບສາມຍອດຍິ່ງຂອງແຂວງ.

ໝວດການປະກວດ

  1. ໝວດທີ 1

    ມໍລະດົກທາງປະຫວັດສາດ ແລະ ຄຸນຄ່າທາງວັດທະນະທຳ

    ໂບຮານສະຖານ, ຮ່ອງຮອຍປະຫວັດສາດການປະຕິວັດ, ວັດວາອາຮາມເກົ່າແກ່ ປະສົມປະສານກັບວິຖີຊີວິດ, ຮີດຄອງປະເພນີ, ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ແລະ ຫັດຖະກຳທ້ອງຖິ່ນ.

  2. ໝວດທີ 2

    ທັດສະນີຍະພາບ ແລະ ຄວາມອຸດົມສົມບູນທາງທຳມະຊາດ

    ພູຜາປ່າດົງ, ຖ້ຳ, ສາຍນ້ຳ, ນ້ຳຕົກຕາດ, ພູມສັນຖານຫີນປູນ, ຄວາມອຸດົມສົມບູນດ້ານຊີວະນາໆພັນ ແລະ ແຫຼ່ງທ່ອງທ່ຽວທຳມະຊາດທີ່ໂດດເດັ່ນໃນແຂວງຄຳມ່ວນ.

ກຳນົດເວລາ 3 ໄລຍະ

ໄລຍະທີ 1: ເປີດຮັບຜົນງານຜ່ານລະບົບອອນລາຍ

31 ທັນວາ 2026 – 31 ທັນວາ 2026 ເວລາ 23:59

ສົ່ງຜົນງານໄດ້ທີ່ໜ້າ ສົ່ງຜົນງານ ຂອງເວັບໄຊນີ້ ພາຍໃນກຳນົດເວລາ.

ໄລຍະທີ 2: ຄັດເລືອກ ແລະ ເປີດລົງຄະແນນອອນລາຍ

20 ພະຈິກ 2026 – 29 ພະຈິກ 2026 ເວລາ 24:00
  • ຄະນະກຳມະການຄັດເລືອກຮູບພາບເຂົ້າຮອບ: 20 ພະຈິກ 2026 – 24 ພະຈິກ 2026 ເວລາ 24:00
  • ມວນຊົນລົງຄະແນນໂຫວດອອນລາຍ: 25 ພະຈິກ 2026 – 29 ພະຈິກ 2026 ເວລາ 24:00

ໄລຍະທີ 3: ຮອບຕັດສິນສຸດທ້າຍ, ວາງສະແດງ ແລະ ມອບລາງວັນ

2 ທັນວາ 2026

ງານຈະຈັດຂຶ້ນໃນວັນທີ 2 ທັນວາ 2026 ທີ່ ສະໂມສອນ ຫຼັກ 4, ເມືອງທ່າແຂກ, ແຂວງຄຳມ່ວນ (ວັນເວລາຕົວຈິງອາດມີການປ່ຽນແປງ).

ຊ່ອງທາງການສົ່ງຜົນງານ ແລະ ລົງຄະແນນ

  • ສົ່ງຜົນງານ ແລະ ຕິດຕາມຂ່າວສານຜ່ານເວັບໄຊທາງການ khammouanephotocontest.gov.la.
  • ຜູ້ສະໝັກຕື່ມຂໍ້ມູນຂອງຕົນ, ຂໍ້ມູນຂອງຮູບ ແລະ ແນວຄວາມຄິດ (Concept) ຜ່ານເວັບໄຊນີ້ເທົ່ານັ້ນ — ບໍ່ຮັບການສົ່ງຜ່ານຊ່ອງທາງອື່ນ.
  • ລາຍລະອຽດກົດກະຕິກາ, ເງື່ອນໄຂເຕັກນິກ, ລິຂະສິດ, ເກນການຕັດສິນ ແລະ ລາງວັນ ຢູ່ໃນໜ້າ ກົດກະຕິກາ.